ສິງກະໂປ ເປີດເຜີຍອັດຕາການດັດແປງນຳໃຊ້ຂີ້ເຫຍື້ອຄືນໃໝ່ ຫຼຸດລົງ 10%
ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ ລາຍງານຈາກປະເທດ ສິງກະໂປ ເມື່ອບໍ່ດົນມານີ້ວ່າ, ສຳນັກງານ ສິ່ງແວດລ້ອມແຫ່ງຊາດ ສິງກະໂປ
ໄດ້ເປີດເຜີຍວ່າ: ອັດຕາການດັດແປງນຳໃຊ້ຂີ້ເຫຍື່ອຄືນໃໝ່ (Recycle (ຮີໄຊເຄີ)) ຂອງປະເທດ ຫຼຸດລົງຈາກ 62% ໃນປີ 2013 ເຫລືອ 52%
ໃນປີຜ່ານມາ.
ຍ້ອນວ່າປີກາຍນີ້, ສິງກະໂປ ໄດ້ຜະລິດຂີ້ເຫຍື້ອປະເພດຝຸ່ນ, ໂດຍສະເພາະຂີ້ເຫຍື້ອມູ່ນມີ ປະມານ 6,86 ລ້ານໂຕນ ຫຼຸດລົງເມື່ອທຽບໃສ່
ປີຜ່ານມາ. ໂດຍປະລິມານການຜະລິດຂີ້ເຫຍື້ອຕໍ່ຄົນ ໄດ້ຫຼຸດລົງຈາກ 1,08 ກິໂລກຣາມ ຕໍ່ວັນ ເຫຼືອ 0,88 ກິໂລກຣາມ ໃນໄລຍະໜຶ່ງທົດສະວັດ
ທີ່ຜ່ານມາ. ທັງນີ້, ເມື່ອປຽບທຽບກັບປະລິມານຂີ້ເຫຍື້ອລາຍວັນ ທີ່ບໍ່ແມ່ນຂອງເສດເຫຼືອຈາກເຂດຊຸມຊົນ ຕໍ່ລວມຍອດຜະລິດຕະພັນພາຍໃນປະ
ເທດ (ຈີດີພີ), ໃນສະກຸນເງິນໂດລາສະຫະລັດ ພົບວ່າຫຼຸດລົງຈາກ 40 ໂຕນ ໃນປີ 2023 ເຫຼືອ 26 ໂຕນ.
ນອກນັ້ນ, ລັດຖະບານ ສິງກະໂປ ຍັງຈະສືບຕໍ່ໂຄສະນາ ແລະ ເລັ່ງໃຫ້ປະຊາຊົນຫຼຸດຜ່ອນຂີ້ເຫຍື້ອ ຣີໄຊເຄີ ແລະ ຣີໄຊເຄີຢ່າງຖືກວິທີ ເພື່ອຕໍ່
ສູ້ກັບການປ່ຽນແປງຂອງສະພາບພູມອາກາດ ແລະ ຮັບຮອງໄດ້ວ່າ ສິງກະໂປ ຈະຍັງຄົງເປັນປະເທດທີ່ສະອາດເປັນມິດຕໍ່ສິງແວດລ້ອມ ແລະ ອື່ນໆ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/06/2024